ກັບຄືນ
User

Admin LAOTOPNEWS

2026-04-13 08:26:44

ຂ່າວລາວ
Cover-ຕຳຫຼວດໄດ້ອອກຖະແຫຼງການກ່ຽວກັບກໍລະນີທີ່ພົນລະເມືອງໄດ້ຈັບກຸມໂຈນຄົນໜຶ່ງ, ແຕ່ໂຈນໄດ້ເສຍຊີວິດຄາທີ່

ຕຳຫຼວດໄດ້ອອກຖະແຫຼງການກ່ຽວກັບກໍລະນີທີ່ພົນລະເມືອງໄດ້ຈັບກຸມໂຈນຄົນໜຶ່ງ, ແຕ່ໂຈນໄດ້ເສຍຊີວິດຄາທີ່

ລ້າສຸດກໍຄືເຈົ້າໜ້າທີ່ໄດ້ອອກມາຊີ້ແຈງແລ້ວກໍລະນີໂຈນປຸ້ນຊັບທີ່ຕະຫລາດຫົວຂົວເຊິ່ງວ່າໂຈນເສຍຊີວິດຄາທີ່ຈົນກາຍເປັນປະເດັນທີ່ໂດ່ງດັງໃນສັງຄົມ.ເຫດການທີ່ໂຈນປຸ້ນຊັບພົນລະເມືອງທີ່ຕະຫລາດຫົວຂົວເຊິ່ງກາຍເປັນຂ່າວໂດ່ງດັງເນື່ອງຈາກວ່າໂຈນເສຍຊີວິດຄາທີ່ຍ້ອນວ່າພົນລະເມືອງຊ່ວຍກັນຈັບເອົາໄວ້ເຊິ່ງຫຼ້າສຸດເຈົ້າໜ້າທີ່ໄດ້ອອກມາຊີ້ແຈງກ່ຽວກັບຂ່າວດັ່ງກ່າວເພາະວ່າກ່ອນໜ້ານີ້ຄືຂ່າວອອກມາຫລາຍຊ່ອງທາງຄືມີຂໍ້ມູນທີ່ແຕກຕ່າງກັນໄປເຊິ່ງສ້າງຄວາມສັບສົນໃຫ້ກັບຜູ້ເສບຂ່າວແຕ່ວ່າຫຼ້າສຸດເຈົ້າໜ້າທີ່ໄດ້ອອກມາຊີ້ແຈງໃຫ້ກະຈ່າງແຈ້ງແລ້ວແຕ່ວ່າຕ້ອງທ້າວຄວາມໜ້ອຍໜຶ່ງກໍຄືເຫດການມັນເກີດຂື້ນໃນຕອນຄ່ຳເວລາ8ໂມງແລງຂອງ ວັນທີ2ເມສາ 2026 ທີ່ຕະຫລາດຫົວຂົວເມືອງໄຊເສດຖານະຄອນຫລວງວຽງຈັນຕາມການລາຍງານເບື້ອງຕົ້ນຈົນຜູ້ທີ່ວ່າໄດ້ຖືກພົນລະເມືອງດີຈັບເອົາໄວ້ນັ້ນຄືໄດ້ຖືກທຳຮ້າຍຮ່າງກາຍຈົນເສຍຊີວິດຄາທີສ່ວນຜູ້ເສຍສະຫາຍແມ່ນໄດ້ຮັບບາດເຈັບບໍລິເວນດວງຕາແລະລຳຄໍໂຊກດີພົນລະເມືອງດີເຫັນກ່ອນຈິ່ງຊ່ວຍໄວ້ໄດ້ທັນ ຫຼັງຈາກຂ່າວນີ້ໄດ້ເຜີຍແຜ່ລົງໃນໂລກໂຊຊຽວ ໄດ້ກາຍເປັນກະແສທີ່ມາແຮງແລະກໍໄດ້ຮັບຄວາມສົນໃຈສຸດໆ ທີ່ສຳຄັນກໍຄືຂໍ້ມູນທີ່ອອກມາແມ່ນບິດເບືອນຈາກຄວາມເປັນຈິງຂ້ອນຂ້າງທີ່ຈະຫຼາຍ ຈົນລ້າສຸດເຈົ້າໜ້າທີ່ໄດ້ອອກມາຊີ້ແຈ້ງລາຍລະອຽດແລ້ວໄດ້ ວ່າ : ສະບາຍດີຂ້າພະເຈົ້າຊື່ພັນໂທ ບູນແອັດ ຊູບົວຈັນ ໜ້າທີ່ຮັບຜິດຊອບຮອງກົມມະນິທິການ ປ້ອງກັນຄວາມສະຫງົບເມືອງໄຊເສດຖາ ແລະຂໍຊີ້ແຈງກ່ຽວກັບເຫດການທີ່ເກີດຂຶ້ນໃນເມື່ອວັນທີ 2ເດືອນ 4 ປີ 2026 ໃນເວລາ21ໂມງ00ນາທີ ທາງເຈົ້າໜ້າທີ່ກອງບັນຊາການປກສເມືອງໄຊເສດຖາໄດ້ຮັບການແຈ້ງຄວາມ.ຈາກພົນລະເມືອງດີວ່າ ມີເຫດການຄົນຮ້າຍປຸ້ນຊັບກາງຕະຫລາດຫົວຂົວເມືອງໄຊເສດຖານະຄອນຫລວງວຽງຈັນ ດັ່ງນັ້ນທາງເຈົ້າໜ້າທີ່ກອງບັນຊາການປກສເມືອງພວກເຮົາຈຶ່ງໄດ້ຈັດສົ່ງກຳລັງລົງໄປກວດກາສະຖານທີ່ເກີດເຫດຢູ່ຈຸດດັ່ງກ່າວເມື່ອໄປຮອດສະຖານທີ່ເກີດເຫດທາງເຈົ້າໜ້າທີ່ພວກເຮົາກໍໄດ້ພົບເຫັນຜູ້ຖືກເຄາະຮ້າຍ ຊື່ : ນາງບົວວຽງ ອາຍຸ 56 ປີ ອາຊີບຄ້າຂາຍ ປັດຈຸບັນຢູ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ການວ່າ ຕົນເອງ ເລີກຕະຫຼາດຂຶ້ນລົດເຂົ້າໄປນັ່ງ ໃນຫ້ອງຂັບຈຶ່ງໄດ້ຍິນສຽງປະຕູລາງລົດໄຂແລະກໍອັດ ຫຼັງຈາກນັ້ນຮູ້ສຶກວ່າໄດ້ມີຄົນເອົາເຊືອກມາຮັດຄໍທາງຫູັງແຕ່ນາງບົວວຽງແລ້ວໃຊ້ກຳປັ້ນທຸບຕີໃສ່ຜູ້ກ່ຽວຢູ່ໃນລົດ.

ແຕ່ນາງບົວວຽງ ກໍ່ໄດ້ຕໍ່ສູ້ກັບຄົນຮ້າຍ ແລະນາງບົວຽງກໍໄດ້ກັດແຂນຜູ້ທີ່ມາກັດຄໍ ຫຼັງຈາກນັ້ນຜູ້ນັ້ນຈຶ່ງວາງອອກເຮັດໃຫ້ ນາງບົວວຽງ ຈຶ່ງມີໂອກາດລອດອອກມາແລະໄດ້ຮ້ອງຂໍຄວາມຊ່ວຍເຫລືອຄົນ ທີ່ຜ່ານໄປຜ່ານມາໃກ້ຄຽງ ຫຼັງຈາກນັ້ນຄົນຮ້າຍຈຶ່ງແລ່ນໄປຄົນລະທິດລະທາງ ຈາກນັ້ນພົນລະເມືອງດີທີ່ເດີນທາງສັນຈອນໄປມາຈຶ່ງໄດ້ນຳຈັບຕົວໂຈນທີ່ແລ່ນເຂົ້າໄປຮ່ອມໃນ CLINIC ອອກມາເສັ້ນທາງຢູ່ໃນທ່າທີວ່າ ເອົາແຂນ2ເບື້ອງຮັດມາທັງຫຼັງ ແລະກະໃຫ້ໝູບລົງຂ້າງທາງຫັ້ນ.ຫຼັງຈາກນັ້ນແລະກະຢືນຫຸ້ມເບິ່ງນຳກັນແລະເວລາຕໍ່ມາຈຶ່ງໄດ້ຍິນຄົນຜູ້1ເວົ້າກັນວ່າຄົນຮ້າຍໄດ້ເສຍຊີວິດແລ້ວ ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ມາສືບສວນສອບສວນຕໍ່ຄື 1ໄດ້ກວດກາປະຫວັດຂອງທ້າວເຈີນວັນຈອງຜູ້ກໍ່ເຫດນີ້ຈຶ່ງຮູ້ວ່າທ້າວເຈີນວັນຈອງແມ່ນຄົນພໍ່ຄ້າຊາວຂາຍຢູ່ຮ້ານໃກ້ຄຽງກັນແລະຜ່ານມາທ້າວເຈີນວັນຈອງໄດ້ຮູ້ຈັກຮັກແພງກັບນາງບົວວຽງແລະກະເຄີຍຂໍຢືມເງິນນາງບົວວຽງຫຼາຍຄັ້ງແຕ່ນາງບົວວຽງບໍ່ໄດ້ໃຫ້ຢືມແຕ່ວ່າຜູ້ກ່ຽວມີປະຫວັດມີໜີ້ສິນຫຼາຍແລະກະສຸຂະພາບຂອງຜູ້ກ່ຽວແມ່ນມັກເປັນຕັງຊົງເປັນເບົາຫວານເວົ້າຊັ້ນເນາະເພາະສະນັ້ນມື້ທີ່ກ່ອນຈະມາເກີດເຫດທີ່ຜູ້ກ່ຽວບໍ່ໄດ້ເປີດຮ້ານແລະຫຼັງຈາກນັ້ນຜູ້ກ່ຽວແມ່ນໄດ້ໄປຄີລນິກພາຍຫຼັງທີ່ຜູ້ກ່ຽວໄດ້ອອກຈາກຄລີນິກແລ້ວຜູ້ກ່ຽວໄດ້ເອົາລົດມາຈອດແປະກັນກັບນາງບົວວຽງແລະນາງບົວວຽງວຽງກະບໍ່ຮູ້ວ່າລົດລາວດອກຫຼັງຈາກທີ່ນາງບົວວຽງໄດ້ຂຶ້ນລົດ ຜູ້ກ່ຽວກະອອກຈາກລົວຕົວເອງແລ້ວມາຂຶ້ນລົດລາວ ແລະໄດ້ເອົາເຊືອກເຫຼັກສປຣິງມາຮັດຄໍລາວ ແລະທຸບຕີກັນຢູ່ໃນລົດເຮັດໃຫ້ນາງບົວວຽງໄດ້ຮັບບາດເຈັບ ແລະຜ່ານການກວດກາສັນນະສູດຮ່າງກາຍ ຂອງທ້າວເຈີນວັນຈອງ ຜູ້ເສຍຊີວິດຫັ້ນເນາະ ໂດຍການເຂົ້າຮ່ວມ ຂອງອຳນາດການປົກຄອງເຈົ້າໜ້າທີ່ແຕ່ລະພາກສ່ວນແລະກະຍາດຕິພີ່ນ້ອງຂອງຜູ້ເສຍຊີວິດເຂົ້າຮ່ວມນຳກັນ ກະໄດ້ເຫັນວ່າຮ່າງກາຍຂອງຜູ້ກ່ຽວ ກໍບໍ່ໄດ້ມີຮ່ອງຮອຍບວບຊ້ຳບໍ່ມີຮ່ອງຮອຍກະທົບຈາກສິ່ງໃດທີ່ຈະເປັນຄວາມຮຸນແຮງ ທີ່ບົ່ງບອກເຖິງສາເຫດຕົ້ນຕໍທີ່ພາໃຫ້ເສຍຊີວິດສະນັ້ນແລ້ວເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ມີຄວາມເປັນເອກະພາບແລະໄດ້ມອບຊາກສົບຂອງຜູ້ກ່ຽວຫັ້ນໃຫ້ຍາດທີ່ພີ່ນ້ອງໄປທຳພິທີທາງສາສະໜາຫຼືຕາມຮີດຄອງປະເພນີຂອງຜູ້ກ່ຽວ

ນີ້ແມ່ນໂຄສະນາຊ່ວຍກົດເຂົ້າເບິ່ງແນ່ເດີ້ ຂອບໃຈ Advertisement